
ຈໍານວນລາຍການ
ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຊຽງຂວາງ
Department of Public Works and Transport Xiengkhouang

ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ຊຽງຂວາງ
ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ຊຽງຂວາງ (ຍ.ທ.ຂ.ຊຂ) ຕາມການເກັບກຳຂໍ້ມູນພະແນກໄດ້ສ້າງຕັ້ງຂຶ້ນ:
-
ໃນປີ 1936 ຢູ່ທີ່ຄັງໄຂ ເມືອງ ແປກ ແຂວງ ຊຽງຂວາງ ໃສ່ຊື່ວ່າ: ພະແນກ ໂຍທາທີການ ໂດຍ ແມ່ນທ່ານ ພັນແກຣດ (ຄົນຝະຣັ່ງ) ເປັນຫົວຫນ້າພະແນກ;
-
ໄລຍະປີ 1960 ແມ່ນ ທ່ານ ບຸນຜົງ ເປັນຫົວຫນ້າພະແນກ;
-
ໄລຍະປີ 1967 ໄດ້ປັບປຸງພະແນກຄືນ ໂດຍແມ່ນ ທ່ານ ບຸນຜົງ ເປັນຫົວຫນ້າພະແນກອີກເທື່ອຫນຶ່ງ; ທ່ານ ອົງຖົງ, ທ່ານ ບຸນຜັນ ແລະ ທ່ານ ດວງດີ ທອງສະຫວັດ ວົງສາວັນທອງ ເປັນຮອງ; ໃນໄລຍະນັ້ນປະກອບມີ 4 ຫ້ອງການ ຄື: ຫ້ອງການບໍລິຫານ, ຫ້ອງການຂົວທາງ, ຫ້ອງການຂົນສົ່ງ ແລະ ຫ້ອງການນ້ຳປະປາ; ປະກອບມີນັກງານກຳມະກອນປະມານ 80 ກວ່າຄົນ.
-
ໄລຍະປີ 1969 ຍ້ອນຖືກສົງຄາມຮຸກຮານ ຈຶ່ງໄດ້ພາກັນແຍກໄປຄົນລະທິດລະທາງອີກ;
-
ຈົນຮອດປີ 1971 ຈຶ່ງໄດ້ທ້ອນໂຮມກັນຄືນໃຫມ່ ແລະ ຕັ້ງຊື່ເປັນ ພະແນກ ຄົມມະນາ ຄົມ-ຂົນສົ່ງ ໄດ້ແຕ່ງຕັ້ງ ທ່ານ ບຸນເນີນ ໄຊຍະວົງສອນ ເປັນຫົວຫນ້າ, ທ່ານ ເລ, ທ່ານ ບຸນເຖິງ ແລະ ທ່ານ ບຸດສົງ ດາລາວົງ ເປັນຮອງ. ໃນໄລຍະນີ້ການປະຕິບັດຫນ້າທີ່ຕົ້ນຕໍແມ່ນ ລຳລຽງຂົນສົ່ງເຄື່ອງຮັບໃຊ້ແນວຫນ້າ.
-
ໄລຍະ 1976 ໄດ້ສ້າງຕັ້ງເປັນ ພະແນກ ຄົມມະນາຄົມ ຂົນສົ່ງ ແລະ ກໍ່ສ້າງ ໂດຍແມ່ນ ທ່ານ ບຸດສົງ ດາລາວົງ ເປັນຫົວຫນ້າພະແນກ, ທ່ານ ທອງພອນ, ທ່ານ ພູວົງ ຊົງວິໄລ ແລະ ທ່ານ ສະຫວ່າງ ເປັນຮອງ.
-
ໄລຍະ 1984 ໄດ້ ແຍກອອກເປັນ 3 ພະແນກການ ຄື: ພະແນກ ຄົມມະນາຄົມ ຂົນສົ່ງ ແລະ ໄປສະນີ; ພະແນກ ສະຫນອງວັດຖຸເຕັກນິກ ແລະ ພະແນກ ກໍ່ສ້າງ. ໃນນັ້ນ, ພະແນກ ຄົມມະນາຄົມ ຂົນສົ່ງ ແລະ ໄປສະນີ ແມ່ນ ທ່ານ ຫນາວຕູ້ຢ່າ ຢົ່ງເຊັ່ງ ເປັນຫົວຫນ້າພະແນກ, ທ່ານ ແສງແກ້ວ, ແລະ ທ່ານ ແກ່ນຈັນ ເປັນຮອງ. ພະແນກ ສະຫນອງວັດຖຸເຕັກນິກ ແມ່ນ ທ່ານ ບຸດສົງ ດາລາວົງ ເປັນຫົວຫນ້າພະແນກ, ທ່ານ ທິດບຸນມີ ແລະ ທ່ານ ວິໄຊ ເປັນຮອງ. ພະແນກ ກໍ່ສ້າງ ແມ່ນ ທ່ານ ທອງສີ ພິລາວົງ ເປັນຫົວຫນ້າ, ທ່ານ ຄຳສົນ ຈັນທະວົງສີ ແລະ ທ່ານ ສະຫວ່າງ ເປັນຮອງ.
-
ໄລຍະ 1987 ພະແນກການດັ່ງກ່າວໄດ້ທ້ອນໂຮມເຂົ້າກັນອີກເທື່ອຫນຶ່ງ ໂດຍໃສ່ຊື່ວ່າ: ພະແນກ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ຊຶ່ງແມ່ນ ທ່ານ ບຸດສົງ ດາລາວົງ ເປັນຫົວຫນ້າ, ທ່ານ ຫນາວຕູ້ຢ່າ ຢົ່ງເຊັ່ງ ແລະ ທ່ານ ສະຫວ່າງ ເປັນຮອງ;
-
ໄລຍະ1995 ໄດ້ປັບປຸງການຈັດຕັ້ງຄືນ ໂດຍແມ່ນ ທ່ານ ບຸດສົງ ດາລາວົງ ເປັນຫົວຫນ້າອີກເທື່ອຫນຶ່ງ, ທ່ານ ທົ່ງຢ່າໄຊຈໍ ແລະ ທ່ານ ບຸນມາ ສິມມະວົງ ເປັນຮອງ ປະກອບມີ 4 ຫ້ອງການ ແລະ 2 ກອງ ຄື: ຫ້ອງການບໍລິຫານ, ຫ້ອງການຂົວ-ທາງ, ຫ້ອງການເຄຫາຜັງເມືອງ, ຫ້ອງການຂົນສົ່ງ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ແລະ ກອງສຳຫລວດອອກແບບ.
-
ໄລຍະປີ 1997 ຮອດ 2009 ແມ່ນ ທ່ານ ບຸນມາ ສິມມະວົງ ເປັນຫົວຫນ້າພະແນກ, ທ່ານ ຄຳສົນ ຈັນທະວົງສີ, ທ່ານ ບຸນທະວີ ພົມມະສີ ແລະ ທ່ານ ສົມພອນ ສີອາໄພ ເປັນຮອງ.
-
ໄລຍະປີ2008 ໄດ້ປ່ຽນຊື່ ພະແນກ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ມາເປັນ ພະແນກ ໂຍທາທິການ ແລະ ຂົນສົ່ງ (ຍ.ທ.ຂ) ມາເຖິງປັດຈຸບັນ;
-
ໄລຍະປີ 2009 ເຖິງປັດຈຸບັນ ໂດຍແມ່ນ ທ່ານ ສົມພອນ ສີອາໄພ ເປັນຫົວຫນ້າ, ທ່ານ ດຣ ໄມສີ ວຽງວິໄລ, ທ່ານ ສົມພົງ ພຸດທະມີໄຊ ແລະ ທ່ານ ຫົງຄຳ ພິມະສານ ເປັນຮອງ; ປະກອບມີ 6 ຂະ ແຫນງການ ແລະ 1 ກອງ ຄື: ຂະແຫນງຈັດຕັ້ງ ແລະ ບໍລິຫານ; ຂະແຫນງກວດກາ; ຂະແຫນງແຜນການ, ງົບປະມານ ແລະ ສະຖິຕິ, ຂະແຫນງຄຸ້ມຄອງທາງບົກ ແລະ ທາງນ້ຳ; ຂະແຫນງຄຸ້ມຄອງການຂົນສົ່ງ; ຂະແຫນງຄຸ້ມຄອງເຄຫາ, ຜັງເມືອງ ແລະ ສິ່ງແວດລ້ອມ; ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່. ມີພະນັກງານລັດຖະກອນທັງຫມົດ 71 ຄົນ ຍິງ 11 ຄົນ. ນອກຈາກນີ້, ຍັງໃຊ້ຊີ້ນຳ-ນຳພາ 3 ລັດວິສາຫະກິດ ທີ່ຂຶ້ນກັບ ຄື: ລັດວິສາຫະກິດ ກໍ່ສ້າງ ແລະ ສ້ອມແປງຂົວທາງແຂວງ, ລັດວິສາຫະກິດນ້ຳປະປາແຂວງ ແລະ ລັດວິສາຫະກິດ ການບິນລາວ ສາຂາ ແຂວງ ຊຽງຂວາງ ຕື່ມອີກ.